ໂຄງການເຂື່ອນໄຟຟ້ານ້ຳເທີນ1

ຕັ້ງຢູ່ເທິງແມ່ນ້ຳກະດິງ ແຂວງບໍລິຄຳໄຊ, ຫ່າງຈາກຈຸດບັນຈົບກັບແມ່ນ້ຳຂອງປະມານ 33 ກມ ແລະ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 220 ກມ

ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ລົງນາມໃນສັນຍາພັດທະນາໂຄງການກັບລັດຖະບານລາວ ໃນ ເດືອນ ກັນຍາ ປີ 2014 ເພື່ອພັດທະນາໂຄງການເຂື່ອນໄຟຟ້ານໍ້າເທີນ 1, ເຊິ່ງຕັ້ງຢູ່ເທິງແມ່ນ້ຳກະດິງ ແຂວງບໍລິຄຳໄຊ, ຫ່າງຈາກຈຸດບັນຈົບກັບແມ່ນ້ຳຂອງປະມານ 33 ກມ ແລະ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 220 ກມ ແລະ ເປັນໂຄງການເຂື່ອນໄຟຟ້າສຸດທ້າຍຂອງນ້ຳເທີນ-ນ້ຳກະດິງ. ຫຼັງຈາກສໍາເລັດການສຶກສາຄວາມເປັນໄປໄດ້ໃນ ເດືອນ ກຸມພາ ປີ 2016 ແລະ ໄດ້ຮັບໃບຢັ້ງຢືນການອະນຸມັດຂັ້ນສຸດທ້າຍຈາກລັດຖະບານລາວ, ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ລົງທຶນໃນເບື້ອງຕົ້ນຂອງໂຄງການເຊັ່ນ: ການ​ກໍ່​ສ້າງເສັ້ນ​ທາງ​ເຂົ້າ​ເຖິງ​ທີ່​ຕັ້ງ​ຂອງ​ໂຄງ​ການ​, ການ​ກໍ່ສ້າງທີ່ພັກ ແລະ ຫ້ອງການ, ໂຮງອາຫານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ.

ບໍລິສັດ ເຂື່ອນໄຟຟ້ານ້ຳເທີນ 1 (NT1PC) ສ້າງຕັ້ງຂຶ້ນໃນ ເດືອນ ກຸມພາ ປີ 2016, ໂດຍມີໂຄງສ້າງການຖືຫຸ້ນຄື: ກຸ່ມບໍລິສັດ ພອນສັກ ຈຳກັດ - 60%, ບໍລິສັດ ຜະລິດໄຟຟ້າ ມະຫາຊົນ - 25%, ແລະ ບໍລິສັດ ໄຟຟ້າ ມະຫາຊົນ - 15%. ໃນປີ 2023, ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ຂາຍຫຸ້ນ 28% ໃຫ້ແກ່ ກຸ່ມບໍລິສັດ ພະລັງງານເຊກອງ (ປະຈຸບັນແມ່ນ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ (CSE)).

ໂຄງການເຂື່ອນໄຟຟ້ານ້ຳເທີນ 1 (NT1PC) ເປັນເຂື່ອນທີ່ມີຄວາມສູງ 177 ແມັດ

ມີກຳລັງຕິດຕັ້ງທັງໝົດ 650 ເມກາວັດ

ໂຄງການເຂື່ອນໄຟຟ້ານ້ຳເທີນ 1 (NT1PC) ເປັນເຂື່ອນທີ່ມີຄວາມສູງ 177 ແມັດ, ມີກຳລັງຕິດຕັ້ງທັງໝົດ 650 ເມກາວັດ, ໃນນັ້ນ ການຜະລິດຈຳນວນ 520 ເມກາວັດ ຈະສົ່ງອອກໄປສູ່ປະເທດໄທ ແລະ ຈຳນວນ 130 ເມກາວັດ ຈະສົ່ງເພື່ອໃຊ້ບໍລິໂພກພາຍໃນ. ນ້ຳເທີນ 1 (NT1PC) ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ໃນ​ການ​ສ້າງ​ພະລັງງານໄຟຟ້າ, ແລະ​ ມີ​ຄວາມ​ມຸ່ງ​ໝັ້ນ​ຕໍ່​ວິ​ໄສ​ທັດ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ແບບ​ຍືນ​ຍົງ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

Build a water storage tank
Build a water storage tank
Build a water storage tank