ວິໄສທັດ, ພາລະກິດ ແລະ ຄຸນຄ່າ
ກ້າວໄປໜ້າໂດຍມີວິໄສທັດທີ່ຈະແຈ້ງ, ພາລະກິດທີ່ມຸ່ງໝັ້ນ, ແລະ ຄຸນຄ່າທີ່ເຂັ້ມແຂງ ທີ່ຊຸກຍູ້ການເຕີບໂຕແບບຍືນຍົງ.
ວິໄສທັດ
ກຸ່ມບໍລິສັດ ພອນສັກ ຈຳກັດ ມຸ່ງໝັ້ນໄປເຖິງການເປັນໜຶ່ງໃນວິສາຫະກິດລາວທີ່ມີຄຸນຄ່າ ແລະ ມີຄວາມຂະຫຍັນຂັບເຄື່ອນທີ່ສຸດຂອງ ສປປ ລາວ, ຊຸກຍູ້ການຫັນເປັນທັນສະໄໝຂອງຂະແໜງພະລັງງານ, ພື້ນຖານໂຄງລ່າງ, ບໍ່ແຮ່, ແລະ ຊັບພະຍາກອນທຳມະຊາດ, ຂະຫຍາຍອອກສູ່ຕະຫຼາດໂລກ, ແລະ ມອບຄຸນຄ່າອັນເຂັ້ມແຂງໃຫ້ແກ່ພະນັກງານ ແລະ ຄູ່ຮ່ວມມື.
ພາລະກິດ
ຮັບປະກັນການເຕີບໂຕ ຂອງອຸດສາຫະກໍາຢ່າງບໍ່ຢຸດຢັ້ງ ໂດຍຜ່ານການຂຸດຄົ້ນບໍ່ແຮ່, ພະລັງງານ ແລະ ການພັດທະນາພື້ນຖານໂຄງລ່າງ, ເພື່ອສົ່ງເສີມຄວາມກ້າວຫນ້າທາງດ້ານເສດຖະກິດຢ່າງຕໍ່ເນື່ອງ ແລະ ສະໜອງການແກ້ໄຂແບບຍືນຍົງ ໃນການສະໜັບສະໜູນອະນາຄົດຂອງພະນັກງານ ແລະ ຊຸມຊົນທ້ອງຖິ່ນ.
ຄຸນຄ່າ
ຄຸນຄ່າຫຼັກຂອງກຸ່ມບໍລິສັດ ພອນສັກ ຈຳກັດ ເປັນພື້ນຖານຫຼໍ່ຫຼອມວັດທະນະທຳ ແລະ ການກຳນົດລັກສະນະຂອງບໍລິສັດ, ຊຶ່ງເປັນແນວທາງໃນການປະຕິບັດວຽກ ຕະຫຼອດຈົນການຕັດສິນໃຈຂອງບໍລິສັດ ແລະ ບຸກຄະລາກອນທຸກຄົນ.
ປະເທດຊາດ
ຊ່ວຍຮັບປະກັນ ການເຕີບໂຕດ້ານອຸດສາຫະກຳຢ່າງໝັ້ນທ່ຽງ ເພື່ອສະໜັບສະໜູນ ການພັດທະນາເສດຖະກິດຢ່າງຕໍ່ເນື່ອງ ແລະ ຜົນຕອບແທນແບບຍືນຍົງໃຫ້ປະເທດຊາດ ແລະ ປະຊາຊົນ.
ບໍລິສັດ
ດຳເນີນການຕາມລະບຽບກົດໝາຍ ພ້ອມທັງຍັງສອດຄ່ອງກັບແນວປະຕິບັດທີ່ໄດ້ຮັບການຍອມຮັບໃນລະດັບສາກົນ ໃນການພັດທະນາ ແລະ ການດຳເນີນງານ ເພື່ອປັບປຸງ ແລະ ສ້າງຜົນຕອບແທນທີ່ສູງໃຫ້ແກ່ພາກສ່ວນກ່ຽວຂ້ອງ, ພະນັກງານ, ລູກຄ້າ, ຜູ້ຮັບເໝົາ ແລະ ຜູ້ສະໜອງ.
ບຸກຄະລາກອນ
ສະໜັບສະໜູນ ແລະ ສົ່ງເສີມການພັດທະນາສັກກາຍະພາບຂອງພະນັກງານ ຜ່ານການໃຫ້ເງື່ອນໄຂການເຮັດວຽກ, ການຝຶກອົບຮົມ ສະພາບແວດລ້ອມການເຮັດວຽກທີ່ປອດໄພ ເປັນມິດຕໍ່ສິ່ງແວດລ້ອມ ແລະ ເປັນມືອາຊີບ ລວມເຖິງໂອກາດໃນການກ້າວໜ້າໃນສາຍອາຊີບ ສ້າງສະພາບແວດລ້ອມການເຮັດວຽກທີ່ສາມາດເຕີບໂຕ ແລະ ມຸ່ງໝັ້ນທີ່ຈະເປັນເລີດຂອງຕົນເອງ
ຊຸມຊົນ
ມູ່ງໝັ້ນ ແລະ ມີສ່ວນຮ່ວມໃນການສະໜັບສະໜູນການພັດທະນາເສດຖະກິດ ຄວບຄູ່ໄປກັບການປັບປຸງ ແລະ ຍົກລະດັບຄຸນະພາບຊີວິດ ສະຫວັດດີການຂອງພະນັກງານ, ຊຸມຊົນທ້ອງຖິ່ນ ແລະ ສັງຄົມໂດຍລວມ.
ສິ່ງແວດລ້ອມ
ຍຶດຖືການເປັນມິດຕໍ່ສັງຄົມ ແລະ ສິ່ງແວດລ້ອມ ຕາມກົດໝາຍທີ່ກ່ຽວຂ້ອງ ເພື່ອໃຫ້ໝັ້ນໃຈວ່າກິດຈະກຳຕ່າງໆ ຂອງບໍລິສັດ ຈະບໍ່ມີຜົນກະທົບໃດໆຕໍ່ສຸຂະພາບ ແລະ ຄວາມປອດໄພຂອງພະນັກງານ ແລະ ຊຸມຊົນທ້ອງຖິ່ນ.