ໂຄງການໂຮງງານປຸງແຕ່ງໄມ້

ທີ່ຕັ້ງ: ເມືອງທ່າແຂກ ແລະ ເມືອງຍົມມະລາດ ແຂວງຄໍາມ່ວນ

ກຸ່ມບໍລິສັດ ພອນສັກ ຈຳກັດ ເລີ່ມດຳເນີນທຸລະກິດດ້ານອຸດສາຫະກຳໄມ້ ໂດຍມີວິໄສທັດທີ່ຈະເພີ່ມມູນຄ່າໃຫ້ແກ່ຊັບພະຍາກອນທຳມະຊາດອັນລ້ຳຄ່າ ນຳມາພັດທະນາເປັນຜະລິດຕະພັນທີ່ຕອບສະໜອງຄວາມສະດວກສະບາຍ, ມີຄຸນະພາບ ແລະ ເປັນເອກະລັກ ໂດຍອາໄສຊັບພະຍາກອນອັນອຸດົມສົມບູນຂອງ ສປປ ລາວ. ເພື່ອສ້າງຜະລິດຕະພັນໄມ້ທີ່ມີຄຸນະພາບສູງ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນຂອງຜະລິດຕະພັນໄມ້ຂອງລາວໃນຕະຫຼາດອາຊີ ແລະ ສາກົນ.

ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ສ້າງຕັ້ງໂຮງງານປຸງແຕ່ງໄມ້ 2 ແຫ່ງຢູ່ ເມືອງທ່າແຂກ ແລະ ອີກແຫ່ງໜຶ່ງຢູ່ ເມືອງຍົມມະລາດ, ແຂວງຄຳມ່ວນ. ໄມ້ທີ່ນຳມາປຸງແຕ່ງຢູ່ 2 ໂຮງງານນີ້ ແມ່ນໄດ້ມາຈາກການສຳປະທານການຕັດໄມ້ທີ່ລັດຖະບານມອບໃຫ້ເພື່ອພັດທະນາໂຄງການເຂື່ອນໄຟຟ້າ, ບໍ່ແຮ່ ແລະ ເສັ້ນທາງອື່ນໆ ທີ່ຕັ້ງຢູ່ທົ່ວແຂວງບໍລິຄຳໄຊ, ສາລະວັນ, ເຊກອງ ແລະ ອັດຕະປື ຕາມລຳດັບ, ໃນນັ້ນມີອ່າງເກັບນ້ຳໂຄງການນ້ຳເທີນ 2 ຢູ່ເມືອງນາກາຍ, ແຂວງຄຳມ່ວນ.

ໂຮງງານປຸງແຕ່ງໄມ້ ໃນເມືອງຍົມມະລາດມີພື້ນທີ່ກວ່າ 83,957 ມ².

ໂຮງງານປຸງແຕ່ງໄມ້ ໃນເມືອງຍົມມະລາດ ໃນໄລຍະເວລາທີ່ມີການຜະລິດສິນຄ້າສູງສຸດ ແມ່ນມີພະນັກງານເກືອບ 2,000 ກວ່າຄົນ ເຮັດໃຫ້ໂຮງງານນີ້ເປັນໜึ่ງໃນຜູ້ຈ້າງງານລາຍໃຫຍ່​ທີ່​ສຸດ​ໃນ​ພື້ນ​ທີ່​ນີ້.

ຜະລິດຕະພັນໄມ້ຂອງ ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ສົ່ງອອກໄປສູ່ປະເທດ ຈີນ, ອອສເຕຣເລຍ, ໄທ, ຫວຽດນາມ, ຣັດເຊຍ, ອາເມລິກາ, ຍີ່ປຸນ ແລະ ເກົາຫຼີໃຕ້. ໂດຍໃນນັ້ນລວມມີ: ຜະລິດຕະພັນໄມ້ປູພື້ນ (random strips), ແຜ່ນລຽບ (one piece), ປ່າເກ້ (parquet), ຢູນິທາຍ (unitype), ລາມິເນດ 2P (2P finger-joint laminate), ລາມິເນດ 4P (4P finger-joint laminate), 2-ply ແລະ ອື່ນໆ.

Build a water storage tank
Build houses for those affected by the project
Community Development
Community Development
Community Development
Community Development