ເຂື່ອນໄຟຟ້ານ້ຳເທີນ 1
ຕັ້ງຢູ່ເທິງແມ່ນ້ຳກະດິງ ແຂວງບໍລິຄຳໄຊ, ຫ່າງຈາກຈຸດບັນຈົບກັບແມ່ນ້ຳຂອງປະມານ 33 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 220 ກິໂລແມັດ
ກຸ່ມບໍລິສັດ ພອນສັກ ໄດ້ລົງນາມໃນສັນຍາພັດທະນາໂຄງການກັບລັດຖະບານລາວ ໃນເດືອນກັນຍາ 2014 ເພື່ອພັດທະນາໂຄງການເຂື່ອນໄຟຟ້ານໍ້າເທີນ 1, ເຊິ່ງຕັ້ງຢູ່ເທິງແມ່ນ້ຳກະດິງ ແຂວງບໍລິຄຳໄຊ, ຫ່າງຈາກຈຸດບັນຈົບກັບແມ່ນ້ຳຂອງປະມານ 33 ກິໂລແມັດ ແລະ ຫ່າງຈາກນະຄອນຫຼວງວຽງຈັນ ປະມານ 220 ກິໂລແມັດ ແລະ ເປັນໂຄງການເຂື່ອນໄຟຟ້າສຸດທ້າຍຂອງນ້ຳເທີນ-ນ້ຳກະດິງ. ຫລັງຈາກສໍາເລັດການສຶກສາຄວາມເປັນໄປໄດ້ໃນເດືອນກຸມພາ 2016 ແລະ ໄດ້ຮັບໃບຢັ້ງຢືນການອະນຸມັດຂັ້ນສຸດທ້າຍຈາກລັດຖະບານລາວ, ກຸ່ມບໍລິສັດ ພອນສັກ ໄດ້ລົງທຶນໃນເບື້ອງຕົ້ນຂອງໂຄງການເຊັ່ນ: ການກໍ່ສ້າງເສັ້ນທາງເຂົ້າເຖິງທີ່ຕັ້ງຂອງໂຄງການ, ການກໍ່ສ້າງທີ່ພັກ ແລະ ຫ້ອງການ, ໂຮງອາຫານ ແລະ ສິ່ງອໍານວຍຄວາມສະດວກອື່ນໆ.
ບໍລິສັດ ເຂື່ອນໄຟຟ້ານ້ຳເທີນ 1 ຈຳກັດ (“NT1PC”) ສ້າງຕັ້ງຂຶ້ນໃນເດືອນກຸມພາ 2016, ໂດຍມີໂຄງສ້າງການຖືຫຸ້ນຄື: ບໍລິສັດ ພອນສັກ ຈຳກັດ - 60%, ບໍລິສັດ ຜະລິດໄຟຟ້າ ມະຫາຊົນ - 25%, ແລະ ບໍລິສັດ ໄຟຟ້າ ມະຫາຊົນ - 15%. ໃນປີ 2023, ກຸ່ມບໍລິສັດ ພອນສັກໄດ້ຂາຍຫຸ້ນ 28% ໃຫ້ແກ່ກຸ່ມບໍລິສັດພະລັງງານເຊກອງ (CSE).
ໂຄງການເຂື່ອນໄຟຟ້າ NT1 ເປັນເຂື່ອນທີ່ມີຄວາມສູງ 177 ແມັດ
ມີກຳລັງຕິດຕັ້ງທັງໝົດ 650 ເມກາວັດ
ໂຄງການເຂື່ອນໄຟຟ້າ NT1 ເປັນເຂື່ອນທີ່ມີຄວາມສູງ 177 ແມັດ, ມີກຳລັງຕິດຕັ້ງທັງໝົດ 650 ເມກາວັດ, ໃນນັ້ນ ການຜະລິດ 520 ເມກາວັດ ຈະສົ່ງອອກໄປປະເທດໄທ ແລະ 130 ເມກາວັດ ຈະສົ່ງໄປບໍລິໂພກພາຍໃນ. NT1PC ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝທີ່ເປັນມິດກັບສິ່ງແວດລ້ອມໃນການສ້າງພະລັງງານໄຟຟ້າ, ແລະມີຄວາມມຸ່ງໝັ້ນຕໍ່ວິໄສທັດຂອງການພັດທະນາເສດຖະກິດແຫ່ງຊາດແບບຍືນຍົງ ແລະ ຫຼຸດຜ່ອນຄວາມທຸກຍາກ.