ໂຄງການຂຸດຄົ້ນຖ່ານຫີນເຊກອງ
ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ຮັບສິດການສຳປະທານຈາກລັດຖະບານ ສປປ ລາວ ເພື່ອພັດທະນາແຫຼ່ງຖ່ານຫີນຢູ່ ແຂວງເຊກອງ ແລະ ແຂວງສາລະວັນ ເພື່ອຜະລິດກະແສໄຟຟ້າ ແລະ ສົ່ງອອກ.
ດ້ວຍຄວາມມຸ່ງໝັ້ນໃນການສຳຫຼວດແຫຼ່ງຖ່ານຫີນທີ່ອຸດົມສົມບູນໃນ ແຂວງເຊກອງ ແລະ ແຂວງສາລະວັນ ເພື່ອເປົ້າໝາຍໃນການຜະລິດໄຟຟ້າ ແລະ ການສົ່ງອອກຖ່ານຫີນຄຸນະພາບສູງ, ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ຮັບສິດສຳປະທານຈາກລັດຖະບານແຫ່ງ ສປປ ລາວ ໃນ ເດືອນ ກັນຍາ ປີ 2010 ເພື່ອດຳເນີນການສຳຫຼວດ, ຂຸດຄົ້ນ, ຜະລິດເພື່ອການສົ່ງອອກ ແລະ ການຜະລິດໄຟຟ້າ ໂດຍມີເນື້ອທີ່ສຳປະທານລວມ 1,000 ກມ² ແບ່ງອອກເປັນ 2 ພາກສ່ວນ ພາກສ່ວນລະ 500 ກມ² ເພື່ອອຳນວຍຄວາມສະດວກໃນການສຳຫຼວດ ແລະ ດຳເນີນກິດຈະການບໍ່ແຮ່.
ໂຄງການບໍ່ຖ່ານຫີນກະລຶມ ຕັ້ງຢູ່ທາງທິດຕາເວັນອອກສຽງໃຕ້ຂອງນະຄອນຫຼວງວຽງຈັນ ປະມານ 700 ກມ ແລະ ລຽບໄປຕາມເສັ້ນຊາຍແດນ ແຂວງສາລະວັນ ແລະ ແຂວງເຊກອງ ຍາວຈາກທິດໃຕ້ຂອງ ເມືອງກະລຶມ ອ້ອມຮອບບ້ານປາຮຸ່ງ ແລະ ບ້ານຈານາມ ໄປທາງທິດໃຕ້ຂອງ ເມືອງຕະໂອ້ຍ ແລະ ເກືອບຮອດ ບ້ານປາດູ.
ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ຮັບສິດສຳປະທານຈາກລັດຖະບານລາວ ໃນ ເດືອນ ກັນຍາ ປີ 2010
ມີເນື້ອທີ່ສຳປະທານລວມ 1,000 ກມ² ແບ່ງອອກເປັນ 2 ພາກສ່ວນ ພາກສ່ວນລະ 500 ກມ²
ຫຼັງຈາກດຳເນີນການສຳຫຼວດ ແລະ ສຶກສາຢ່າງລະອຽດຖີ່ຖ້ວນມາຫຼາຍປີ ແລະ ພິສູດແລ້ວວ່າມີປະລິມານສຳຮອງ ແລະ ຊັບພະຍາກອນຖ່ານຫີນທີ່ພຽງພໍສຳລັບການຈຳໜ່າຍ ແລະ ການຜະລິດໄຟຟ້າ ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ລົງນາມໃນຂໍ້ຕົກລົງຊື້ຂາຍໄຟຟ້າກັບ Electricité Du Cambodge (EDC) ໃນປີ 2019 ເພື່ອຈຳໜ່າຍໄຟຟ້າຈາກໂຮງງານໄຟຟ້າຂະໜາດ 3x600 ເມັກກາວັດ ນອກຈາກນີ້ ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງກຽມສ້າງໂຮງງານໄຟຟ້າຂະຫນາດ 2x150 ເມັກກາວັດ ສຳລັບໃຊ້ພາຍໃນປະເທດ ແລະ ໄດ້ລົງນາມໃນຂໍ້ຕົກລົງກັບ ບໍລິສັດ ໄຟຟ້າລາວ (EDL) ໃນ ເດືອນ ເມສາ ປີ 2023.