ໂຄງການ ກໍ່ສ້າງເຄຫະສະຖານຂົວທາງ

ສຳນັກງານໃຫຍ່ຕັ້ງຢູ່ເມືອງ ທ່າແຂກ ແຂວງ ຄຳມ່ວນ.

ບໍລິສັດ ພອນສັກ ກໍ່ສ້າງເຄຫະສະຖານຂົວທາງ ໄດ້ເລີ່ມດຳເນີນກິດຈະການຕັ້ງແຕ່ປີ 1996 ໂດຍແມ່ນການຂະຫຍາຍຈາກກິດຈະການຂອງ ກຸ່ມບໍລິສັດພອນສັກ ໃນອຸດສາຫະກໍາໄມ້ ແລະ ມີສໍານັກງານໃຫຍ່ ໃນເມືອງ ທ່າແຂກ, ແຂວງ ຄຳມ່ວນ. ເຊິ່ງໄດ້ດຳເນີນໂຄງການທີ່ສຳຄັນຫຼາຍໂຄງການ ຕັ້ງແຕ່ການກໍ່ສ້າງທາງຫຼວງສາຍຫຼັກ ໄປຈົນເຖິງການພັດທະນາ ແລະ ປັບປຸງພື້ນຖານໂຄງການຕ່າງໆ, ເຊັ່ນ:

1997-2000 :

ໂຄງການຊົນລະປະທານວັງວຽງ, ເມືອງເຊບັ້ງໄຟ, ແຂວງຄຳມ່ວນ

1997-2000 :

ໂຄງການຊົນລະປະທານພູຫົວ ເສົານາ, ແຂວງສະຫວັນນະເຂດ

1998-2006 :

ກໍ່ສ້າງເສັ້ນທາງປູຢາງເລກທີ 12 ແຕ່ແຂວງຄໍາມ່ວນ-ຊາຍແດນຫວຽດນາມ ມີໄລຍະທາງທັງໝົດ 110 ກິໂລແມັດ.

2000-2002 :

ກໍ່ສ້າງຫ້ອງວ່າການແຂວງຄໍາມ່ວນ

2003-2005 :

ສ້າງໂຮງງານປຸງແຕ່ງໄມ້ ຍົມມະລາດ, ແຂວງຄຳມ່ວນ

2006-2013 :

ກໍ່ສ້າງເສັ້ນທາງປູຢາງເລກທີ 15A, 15B ແລະ ເສັ້ນທາງ ເວີນຄໍາ-ດອງກາລໍ

2011-2015 :

ກໍ່ສ້າງເສັ້ນທາງເລກທີ 1E ຈາກນາກາຍ-ນ້ຳນານ ເມືອງຫຼັກຊາວ ແຂວງບໍລິຄຳໄຊ ມີໄລຍະທາງທັງໝົດ 27 ກິໂລແມັດ.

2011-2016 :

ກໍ່ສ້າງເສັ້ນທາງ 1E ແຕ່ກມ 34+707 ຫາ ກມ 49+459 ແຂວງຄໍາມ່ວນ ມີໄລຍະທາງທັງໝົດ 14.752 ກິໂລແມັດ.

2012 :

ກໍ່ສ້າງຫໍພັກໂຮງຮຽນ ມສ ຊົນເຜົ່າ ແຂວງສາລະວັນ

2012-2014 :

ໂຄງການຍ້າຍຖິ່ນຖານເຂດໃໝ່ ເມືອງກາເລືມ

2015 :

ປັບປຸງເຮືອນຮັບແຂກ ປະທານປະເທດ

2017-2023 :

ການດຳເນີນການຍົກຍ້າຍຖິ່ນຖານ ໂຄງການເຂື່ອນໄຟຟ້ານ້ຳເທີນ 1

ໂຄງການກໍ່ສ້າງທີ່ສຳຄັນອັນໜຶ່ງທີ່ພິສູດໄດ້ວ່າມີຄວາມທ້າທາຍຫຼາຍຕໍ່ກຸ່ມບໍລິສັດພອນສັກແມ່ນ 'ໂຄງການຍົກຍ້າຍເມືອງກະລຶມໃໝ່', ເຊິ່ງມີເນື້ອທີ່ທັງໝົດ 1,502 ເຮັກຕາ, ຫ່າງຈາກເມືອງກະລຶມເກົ່າປະມານ 32 ກິໂລແມັດ. ເນື່ອງຈາກເມືອງກະລຶມເກົ່າຕັ້ງຢູ່ໃນພູມສັນຖານເປັນພູດອຍ ແລະ ເຂົ້າເຖິງໄດ້ຍາກ, ຈຶ່ງຂາດສິ່ງອໍານວຍຄວາມສະດວກທັງໝົດເຊັ່ນ: ໂຮງຮຽນ, ສຸກສາລາ ແລະ ສິ່ງອໍານວຍຄວາມສະດວກພື້ນຖານອື່ນໆ ແລະ ຖືວ່າເປັນເມືອງໜຶ່ງທີ່ທຸກຍາກ ແລະ ດ້ອຍພັດທະນາທີ່ສຸດ. ເມືອງກະລືມ​ໃໝ່​ ​ແມ່ນ​ໄດ້​ກຳນົດ​ໃຫ້​ບັນດາ​ສິ່ງ​ອຳນວຍ​ຄວາມ​ສະດວກ​ທັງ​ໝົດ​ນີ້ ​ລວມທັງ​ເຮືອນ​ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ໃໝ່, ສຳນັກງານລັດ, ສູນ​ທຸລະ​ກິດ, ລະບົບ​ນ້ຳປະປາ, ລະບົບ​ຊົນລະປະທານ, ​ໄຟຟ້າ ​ແລະ ​ເສັ້ນທາງ​ເຂົ້າ​ເຖິງ. ໂຄງການດັ່ງກ່າວໄດ້ເລີ່ມມາແຕ່ເດືອນມັງກອນ ປີ 2012 ແລະ ໄດ້ສຳເລັດໃນປີ 2014, ໃນນັ້ນ ປະມານ 2,500 ຄອບຄົວໄດ້ຍົກຍ້າຍອອກຈາກເມືອງກະລຶມເກົ່າ.

ໃນປີ 2017, ກຸ່ມບໍລິສັດພອນສັກ ຍັງໄດ້ດຳເນີນໂຄງການຍົກຍ້າຍຈັດສັນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 (NT1PC) ເຊິ່ງລວມມີການກໍ່ສ້າງເຮືອນ, ພື້ນຖານໂຄງລ່າງສາທາລະນະ (ໂຮງຮຽນ, ໂຮງໝໍ, ຕະຫຼາດ, ຫ້ອງການບ້ານ, ວັດວາອາຮາມ), ຝາຍປ້ອງກັນນໍ້າຖ້ວມ, ລະບົບຊົນລະປະທານ. ຈໍານວນ 624 ຄົວເຮືອນໄດ້ຖືກຍົກຍ້າຍໄປຢູ່ບ່ອນຕັ້ງຖິ່ນຖານໃໝ່ຢ່າງຖາວອນແລ້ວ. ກຸ່ມບໍລິສັດ ພອນສັກ ມີຄວາມຕັ້ງໃຈທີ່ຈະສຳເລັດວຽກງານທັງໝົດເພື່ອມອບໃຫ້ບໍລິສັດ NT1PC ພາຍໃນປີ 2023.

Road 15B- Salavan-Vietnam Border
Road 15B- Salavan-Vietnam Border
Road 15B- Salavan-Vietnam Border
New Kaleum District
New Kaleum District
Health Center
School
Village Hall
Village Office