ໂຄງການຈະເລີນຟາມການກະເສດ
ກຸ່ມບໍລິສັດ ພອນສັກ ຈຳກັດ ລົງທຶນໃນດ້ານກະສິກຳ ເພື່ອສະໜັບສະໜູນຊຸມຊົນຢູ່ເຂດຊົນນະບົດໃນ ສປປ ລາວ ດ້ວຍການແກ້ໄຂບັນຫາກະສິກຳແບບຍືນຍົງ.
ເນື່ອງຈາກການກະເສດ ແມ່ນມີຄວາມສຳຄັນຕໍ່ການຢູ່ລອດ ແລະ ຄວາມຍືນຍົງຂອງຊຸມຊົນຢູ່ເຂດຊົນນະບົດໃນ ສປປ ລາວ, ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ເລີ່ມລົງທຶນໃນອຸດສາຫະກຳນີ້ ໂດຍມີຈຸດປະສົງເພື່ອຊ່ວຍໃຫ້ຊາວກະສິກອນທ້ອງຖິ່ນ ແລະ ຊຸມຊົນມີວິທີແກ້ໄຂກະສິກຳແບບຍືນຍົງ.
ຈະເລີນຟາມການກະເສດ:
ກຸ່ມບໍລິສັດ ພອນສັກ ຈຳກັດ ສ້າງຕັ້ງໂຄງການພັດທະນາກະສິກຳ ຈະເລີນຟາມການກະເສດ ຢູ່ຊານເມືອງຂອງນະຄອນຫຼວງວຽງຈັນ ເພື່ອຊ່ວຍພັດທະນາໂຄງການຕົ້ນແບບທີ່ສາມາດນຳໄປຂະຫຍາຍຜົນ ແລະ ລິເລີ່ມໄດ້ໃນທົ່ວປະເທດ, ເພື່ອຊ່ວຍຊາວກະສິກອນລາວ ເພີ່ມຜົນຜະລິດ ແລະ ຄວາມຍືນຍົງຂອງຊຸມຊົນ. ໂຄງການສາທິດທີ່ ໂຄງການຈະເລີນຟາມການກະເສດ ຖືກອອກແບບມາເພື່ອສະແດງໃຫ້ເຫັນຜົນປະໂຫຍດຂອງການປູກຝັງອິນຊີແບບຍືນຍົງ ແລະ ການປະຕິບັດການລ້ຽງສັດສໍາລັບທ້ອງຖິ່ນ ແລະ ຜູ້ທີ່ສົນໃຈປະກອບພິຈາລະນາປະກອບອາຊີບກະສິກໍາ. ໂຄງການດັ່ງກ່າວລວມມີການປູກຜັກປອດສານພິດ, ລ້ຽງສັດ ແລະ ປູກເຂົ້າອິນຊີ.
ໂຄງການປູກໄມ້ໄຜ່:
ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ລົງທຶນພັດທະນາໂຄງການປູກໄມ້ໄຜ່ໃນຫຼາຍແຂວງຢູ່ ສປປ ລາວ, ກວມເອົາເນື້ອທີ່ທັງໝົດປະມານ 1,179 ເຮັກຕາ. ພ້ອມທັງສ້າງຕັ້ງໂຮງງານປຸງແຕ່ງໄມ້ໄຜ່ 2 ແຫ່ງໄດ້ສ້າງຕັ້ງຢູ່ ເມືອງປາກກະດິງ ແລະ ເມືອງວຽງທອງ ແຂວງບໍລິຄຳໄຊ, ໂດຍຜະລິດຕະພັນຫຼັກມີຄື ໜໍ່ໄມ້ກະປ໋ອງ, ເຄື່ອງເຟີນີເຈີຈາກໄມ້ໄຜ່ ແລະ ເຄື່ອງຫັດຖະກຳທີ່ຜະລິດຈາກໄມ້ໄຜ່ ຊຶ່ງໄດ້ເນັ້ນໜັກການສົ່ງອອກເປັນຫຼັກໄປຍັງ ປະເທດຫວຽດນາມ ແລະ ຈີນ ເປັນສ່ວນໃຫຍ່.