ໂຄງການຂຸດຄົ້ນແຮ່ຄຳ ເມືອງຄຳເກີດ ແສນອຸດົມ

ຕັ້ງຢູ່ ເມືອງຄຳເກີດ ແຂວງບໍລິຄຳໄຊ

ດ້ວຍຜົນສຳເລັດໃນທຸລະກິດໄມ້ ແລະ ການກໍ່ສ້າງ ພວກເຮົາໄດ້ເລັ່ງເຫັນເຖິງທ່າແຮງຂອງການພັດທະນາຂະແໜງບໍ່ແຮ່ ເນື່ອງຈາກຊັບພະຍາກອນແຫຼ່ງແຮ່ທາດທີ່ອຸດົມສົມບູນຂອງ ສປປ ລາວ, ກຸ່ມບໍລິສັດ ພອນສັກ ຈຳກັດ ຈຶ່ງຕັດສິນໃຈລົງທຶນໃນອຸດສາຫະກຳບໍ່ແຮ່, ດ້ວຍສິ່ງທ້າທາຍຫຼາຍຢ່າງທີ່ສະແດງໃຫ້ເຫັນວ່ານັກທຸລະກິດທ້ອງຖິ່ນຂອງລາວແມ່ນມີທັກສະ ແລະ ຄວາມສາມາດໃນການດຳເນີນໂຄງການຂະໜາດໃຫຍ່ເຊັ່ນນີ້ໄດ້, ທັງເປັນການຍົກສູງພາບພົດຄວາມສາມາດບົ່ມຊ້ອນຂອງຄົນລາວສູ່ລະດັບສາກົນ.

ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ຮັບການສຳປະທານຈາກລັດຖະບານ ສປປ ລາວ ໃນ ເດືອນ ພະຈິກ ປີ 2009 ເພື່ອພັດທະນາໂຄງການຂຸດຄົ້ນບໍ່ຄຳ-ຄຳເກີດແສນອຸດົມ (KSO) ເຊິ່ງຕັ້ງຢູ່ທ່າມກາງພູຜາລຽບຕາມຊາຍແດນຫວຽດນາມ ແລະ ລາວ, ຫ່າງຈາກເທດສະບານ ເມືອງຫຼັກຊາວ ປະມານ 22 ກມ ແລະ ຫ່າງຈາກນະຄອນຫຼວງວຽງຈັນໄປທາງທິດໃຕ້ປະມານ 700 ກມ. ເນື້ອທີ່ສໍາປະທານກວມເອົາ 1,802 ກມ².

ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ຮັບການສຳປະທານຈາກລັດຖະບານ ສປປ ລາວ ໃນ ເດືອນ ພະຈິກ ປີ 2009

ເນື້ອທີ່ສໍາປະທານກວມເອົາ 1,802 ກມ².

ບໍລິສັດ ຂຸດຄົ້ນແຮ່ຄຳ-ຄຳເກີດແສນອຸດົມ ຈຳກັດ ໄດ້ສ້າງຕັ້ງຂຶ້ນ ແລະ ລົງທະບຽນໃນ ເດືອນ ສິງຫາ ປີ 2010 ພາຍຫຼັງການສຳຫຼວດເບື້ອງຕົ້ນໃນ ປີ 2008 ເພື່ອປະເມີນຄວາມເປັນໄປໄດ້ ແລະ ຄວາມຍືນຍົງຂອງໂຄງການ, ໂດຍກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ໃຊ້ຊັບພະຍາກອນສ່ວນໃຫຍ່ເພື່ອພັດທະນາ ແລະ ສະໜັບສະໜູນໂຄງການນີ້ ພ້ອມກັບການສະໜັບສະໜູນຈາກທີ່ປຶກສາທີ່ໄດ້ຮັບການຍອມຮັບຈາກສາກົນ. ໂຄງການນີ້ແມ່ນໜຶ່ງໃນໂຄງການພັດທະນາໃຫຍ່ທີ່ສຸດຂອງ ສປປ ລາວ ທີ່ມີທ່າແຮງທາງດ້ານເສດຖະກິດຢ່າງຫຼວງຫຼາຍ ເຊິ່ງບໍ່ພຽງແຕ່ຈະໃຫ້ຜົນປະໂຫຍດແກ່ຜູ້ພັດທະນາເທົ່ານັ້ນ ແຕ່ຍັງຈະໃຫ້ໂອກາດພິເສດແກ່ລັດຖະບານ ສປປ ລາວ ແລະ ພົນລະເມືອງລາວອີກດ້ວຍ.

Build a water storage tank
Build a water storage tank
Build a water storage tank
Build a water storage tank
Build a water storage tank
Build a water storage tank
Build a water storage tank
Build a water storage tank
Build a water storage tank