ໂຄງການກໍ່ສ້າງເຄຫາສະຖານຂົວທາງ
ສຳນັກງານໃຫຍ່ຕັ້ງຢູ່ ເມືອງທ່າແຂກ ແຂວງຄຳມ່ວນ.
ບໍລິສັດ ພອນສັກ ກໍ່ສ້າງເຄຫາສະຖານຂົວທາງ ໄດ້ເລີ່ມດຳເນີນກິດຈະການຕັ້ງແຕ່ປີ 1996 ໂດຍແມ່ນການຂະຫຍາຍຈາກກິດຈະການຂອງ ກຸ່ມບໍລິສັດ ພອນສັກ ໃນອຸດສາຫະກໍາໄມ້ ແລະ ມີສໍານັກງານໃຫຍ່ໃນ ເມືອງທ່າແຂກ, ແຂວງຄຳມ່ວນ. ເຊິ່ງໄດ້ດຳເນີນໂຄງການທີ່ສຳຄັນຫຼາຍໂຄງການ ຕັ້ງແຕ່ການກໍ່ສ້າງທາງຫຼວງສາຍຫຼັກໄປຈົນເຖິງການພັດທະນາ ແລະ ປັບປຸງພື້ນຖານໂຄງການຕ່າງໆເຊັ່ນ:
1997-2000 :
ໂຄງການຊົນລະປະທານວັງວຽງ, ເມືອງເຊບັ້ງໄຟ, ແຂວງຄຳມ່ວນ
1997-2000 :
ໂຄງການຊົນລະປະທານພູຫົວເສົານາ, ແຂວງສະຫວັນນະເຂດ
1998-2006 :
ກໍ່ສ້າງເສັ້ນທາງປູຢາງເລກທີ 12 ແຕ່ແຂວງຄໍາມ່ວນ-ຊາຍແດນຫວຽດນາມ ມີໄລຍະທາງທັງໝົດ 110 ກມ.
2000-2002 :
ກໍ່ສ້າງຫ້ອງວ່າການແຂວງຄໍາມ່ວນ
2003-2005 :
ສ້າງໂຮງງານປຸງແຕ່ງໄມ້ຍົມມະລາດ, ແຂວງຄຳມ່ວນ
2006-2013 :
ກໍ່ສ້າງເສັ້ນທາງປູຢາງເລກທີ 15A, 15B ແລະ ເສັ້ນທາງເວີນຄໍາ-ດອງກາລໍ
2011-2015 :
ກໍ່ສ້າງເສັ້ນທາງເລກທີ 1E ຈາກນາກາຍ-ນ້ຳນານ ເມືອງຫຼັກຊາວ ແຂວງບໍລິຄຳໄຊ ມີໄລຍະທາງທັງໝົດ 27 ກມ.
2011-2016 :
ກໍ່ສ້າງເສັ້ນທາງ 1E ແຕ່ ກມ 34+707 ຫາ ກມ 49+459 ແຂວງຄໍາມ່ວນ ມີໄລຍະທາງທັງໝົດ 14.752 ກມ.
2012 :
ກໍ່ສ້າງຫໍພັກໂຮງຮຽນ ມສ ຊົນເຜົ່າ ແຂວງສາລະວັນ
2012-2014 :
ໂຄງການຍ້າຍຖິ່ນຖານເຂດໃໝ່ ເມືອງກະລຶມ
2015 :
ປັບປຸງເຮືອນຮັບແຂກ ປະທານປະເທດ
2017-2023 :
ການດຳເນີນການຍົກຍ້າຍຖິ່ນຖານ ໂຄງການເຂື່ອນໄຟຟ້ານ້ຳເທີນ 1 (NT1PC)
ໂຄງການກໍ່ສ້າງທີ່ສຳຄັນອັນໜຶ່ງທີ່ພິສູດໄດ້ວ່າມີຄວາມທ້າທາຍຫຼາຍຕໍ່ ກຸ່ມບໍລິສັດ ພອນສັກ ຈຳກັດ ແມ່ນ 'ໂຄງການຍົກຍ້າຍເມືອງກະລຶມໃໝ່', ເຊິ່ງມີເນື້ອທີ່ທັງໝົດ 1,502 ເຮັກຕາ, ຫ່າງຈາກເມືອງກະລຶມເກົ່າປະມານ 32 ກມ. ເນື່ອງຈາກເມືອງກະລຶມເກົ່າຕັ້ງຢູ່ໃນພູມສັນຖານເປັນພູດອຍ ແລະ ເຂົ້າເຖິງໄດ້ຍາກ, ຈຶ່ງຂາດສິ່ງອໍານວຍຄວາມສະດວກທັງໝົດເຊັ່ນ: ໂຮງຮຽນ, ສຸກສາລາ ແລະ ສິ່ງອໍານວຍຄວາມສະດວກພື້ນຖານອື່ນໆ ແລະ ຖືວ່າເປັນເມືອງໜຶ່ງທີ່ທຸກຍາກ ແລະ ດ້ອຍພັດທະນາທີ່ສຸດ. ເມືອງກະລືມໃໝ່ ແມ່ນໄດ້ກຳນົດໃຫ້ບັນດາສິ່ງອຳນວຍຄວາມສະດວກທັງໝົດນີ້ ລວມທັງເຮືອນທີ່ໄດ້ຮັບການກໍ່ສ້າງໃໝ່, ສຳນັກງານລັດ, ສູນທຸລະກິດ, ລະບົບນ້ຳປະປາ, ລະບົບຊົນລະປະທານ, ໄຟຟ້າ ແລະ ເສັ້ນທາງເຂົ້າເຖິງ. ໂຄງການດັ່ງກ່າວໄດ້ເລີ່ມມາແຕ່ ເດືອນມັງກອນ ປີ 2012 ແລະ ໄດ້ສຳເລັດໃນ ປີ 2014, ໃນນັ້ນ ປະມານ 2,500 ຄອບຄົວໄດ້ຍົກຍ້າຍອອກຈາກເມືອງກະລຶມເກົ່າ.
ໃນປີ 2017, ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ດຳເນີນໂຄງການຍົກຍ້າຍຈັດສັນປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1 (NT1PC) ເຊິ່ງລວມມີການກໍ່ສ້າງເຮືອນ, ພື້ນຖານໂຄງລ່າງສາທາລະນະ (ໂຮງຮຽນ, ໂຮງໝໍ, ຕະຫຼາດ, ຫ້ອງການບ້ານ, ວັດວາອາຮາມ), ຝາຍປ້ອງກັນນໍ້າຖ້ວມ, ລະບົບຊົນລະປະທານ ຈໍານວນ 624 ຄົວເຮືອນ ໄດ້ຖືກຍົກຍ້າຍໄປຢູ່ບ່ອນຕັ້ງຖິ່ນຖານໃໝ່ຢ່າງຖາວອນແລ້ວ. ກຸ່ມບໍລິສັດ ພອນສັກ ຈຳກັດ ມີຄວາມຕັ້ງໃຈທີ່ຈະສຳເລັດວຽກງານທັງໝົດເພື່ອມອບໃຫ້ ບໍລິສັດ ນ້ຳເທີນ 1 (NT1PC) ພາຍໃນປີ 2023.