ສັງຄົມ ແລະ ສິ່ງແວດລ້ອມ
ກຸ່ມບໍລິສັດ ພອນສັກ ຈຳກັດ ມຸ່ງໝັ້ນທີ່ຈະຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ ໃນຂະນະທີ່ຮັບປະກັນວ່າການປະຕິບັດງານຂອງພວກເຮົາປະກອບສ່ວນໃນແງ່ດີໃຫ້ກັບຊຸມຊົນທ້ອງຖິ່ນ.
ພັນທະທາງດ້ານສັງຄົມ ແລະ ສິ່ງແວດລ້ອມ
ຄວາມມຸ່ງໝັ້ນຕໍ່ ຄວາມຍືນຍົງ
ກຸ່ມບໍລິສັດ ພອນສັກ ຈຳກັດ ມຸ່ງໝັ້ນຮັບປະກັນວ່າ ທຸກໆການດຳເນີນງານຂອງຕົນມີຜົນກະທົບທາງລົບໜ້ອຍທີ່ສຸດຕໍ່ຊີວິດການເປັນຢູ່ຂອງຊຸມຊົນ ແລະ ສິ່ງແວດລ້ອມ, ພ້ອມທັງໄດ້ທຸ້ມເທຄວາມພະຍາຍາມ ແລະ ຊັບພະຍາກອນຂອງຕົນເຂົ້າໃນການປະເມີນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ເປັນບູລິມະສິດອັນດັບໜຶ່ງ. ກຸ່ມບໍລິສັດ ພອນສັກ ຈຳກັດ ມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນຄວາມມຸ່ງໝັ້ນໃນການຍຶດໝັ້ນມາດຕະຖານສາກົນໃນທຸກພາກປະຕິບັດ, ໂດຍສະເພາະແມ່ນຄວາມພະຍາຍາມໃນການພັດທະນາຂະບວນການດຳເນີນງານທີ່ເປັນມິດກັບສິ່ງແວດລ້ອມໃນອະນາຄົດ. ໂດຍຜ່ານຄວາມຕັ້ງໃຈ ແລະ ຄວາມມຸ່ງໝັ້ນຂອງ ກຸ່ມບໍລິສັດ ພອນສັກ ຈຳກັດ, ໂຄງການດັ່ງກ່າວໄດ້ຮັບການຍອມຮັບວ່າເປັນໂຄງການຕົວແບບໃນການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມພະຍາຍາມປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ, ເຊິ່ງເຮັດໃຫ້ ກຸ່ມບໍລິສັດ ພອນສັກ ຈຳກັດ ກາຍເປັນໜຶ່ງໃນຜູ້ນຳດ້ານອຸດສາຫະກຳທີ່ໄດ້ຮັບການຍອມຮັບໃນ ສປປ ລາວ.