ບາດກ້າວທີ່ສຳຄັນຂອງບໍລິສັດ
ຄວາມສຳເລັດທີ່ສຳຄັນບາງສ່ວນຂອງ ກຸ່ມບໍລິສັດ ພອນສັກ ທີ່ໄດ້ບັນລຸໄດ້.
2009 :
ໂຄງການຂຸດຄົ້ນແຮ່ຄຳ
ລົງນາມໃນສັນຍາສໍາປະທານກັບລັດຖະບານ ແຫ່ງ ສປປ ລາວ ເພື່ອພັດທະນາໂຄງການບໍ່ຄໍາ ທີ່ຕັ້ງຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ.
2010 :
ໂຄງການຂຸດຄົ້ນບໍ່ຖ່ານຫີນ
ລົງນາມໃນສັນຍາສໍາປະທານກັບລັດຖະບານ ແຫ່ງ ສປປ ລາວ ເພື່ອພັດທະນາໂຄງການບໍ່ຖ່ານຫີນ ທີ່ຕັ້ງຢູ່ແຂວງເຊກອງ ແລະ ແຂວງສາລະວັນ.
2016 :
ໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນເຊກອງ
ລົງນາມໃນສັນຍາຂໍ້ຕົກລົງເບື້ອງຕົ້ນ (HOA) ກັບລັດຖະບານ ແຫ່ງ ສປປ ລາວ ເພື່ອພັດທະນາໂຄງການໂຮງໄຟຟ້າພະລັງານຄວາມຮ້ອນ ເຊກອງ.
ລົງນາມຄວາມເຂົ້າໃຈກ່ຽວກັບອັດຕາຄ່າໄຟຟ້າ
ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບອັດຕາຄ່າໄຟຟ້າ ກັບ ການໄຟຟ້າຝ່າຍຜະລິດ ແຫ່ງ ປະເທດໄທ (EGAT) ສຳລັບໂຄງການເຂື່ອນໄຟຟ້ານ້ຳເທີນ 1.
ລົງນາມໃນສັນຍາສໍາປະທານເຂື່ອນໄຟຟ້ານ້ຳເທີນ 1
ລົງນາມຂໍ້ຕົກລົງສຳປະທານກັບລັດຖະບານ ແຫ່ງ ສປປ ລາວ ເພື່ອພັດທະນາໂຄງການເຂື່ອນໄຟຟ້ານ້ຳເທີນ 1.
2017 :
ລົງນາມໃນສັນຍາຊື້ຂາຍໄຟຟ້າ (PPA)
ລົງນາມໃນສັນຍາຊື້ຂາຍໄຟຟ້າ (PPA) ກັບ ການໄຟຟ້າຝ່າຍຜະລິດ ແຫ່ງ ປະເທດໄທ (EGAT) ສໍາລັບການຂາຍໄຟຟ້າ ຈາກໂຄງການເຂື່ອນໄຟຟ້ານ້ຳເທີນ 1.
2019 :
ລົງນາມໃນສັນຍາຊື້ຂາຍໄຟຟ້າ ກັບ ການໄຟຟ້າຂອງປະເທດ ກຳປູເຈຍ (EDC)
ລົງນາມໃນສັນຍາຊື້ຂາຍໄຟຟ້າ ກັບ ການໄຟຟ້າຂອງປະເທດ ກຳປູເຈຍ (EDC) ສໍາລັບການຂາຍໄຟຟ້າຈາກໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນເຊກອງ.
2020 :
ລົງນາມໃນສັນຍາສໍາປະທານກັບລັດຖະບານ ແຫ່ງ ສປປ ລາວ
ລົງນາມໃນສັນຍາສໍາປະທານກັບລັດຖະບານ ສປປ ລາວ ເພື່ອຂາຍໄຟຟ້າຈາກໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນເຊກອງ.
2023 :
ລົງນາມໃນບົດບັນທຶກເຂົ້າໃຈ (MOA)
ເຊັນບົດບັນທຶກຄວາມເຂົ້າໃຈ (MOA) ກັບ ລັດວິສາຫະກິດໄຟຟ້າລາວ (EDL) ເພື່ອຂາຍໄຟຟ້າຈາກໂຄງການໄຟຟ້າ 300 ເມກາວັດ.