ສ້າງຄຸນຄ່າໃຫ້ກັບສັງຄົມ
ກຸ່ມບໍລິສັດ ພອນສັກ ຈຳກັດ ໃຫ້ຄວາມສຳຄັນຢ່າງຍິ່ງກັບການສ້າງຄວາມສຳພັນທີ່ມີຄວາມໝາຍກັບຊຸມຊົນທີ່ເຮົາກຳລັງດຳເນີນໂຄງການຢູ່.
ການສ້າງອະນາຄົດທີ່ຍືນຍົງ
ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ
ກຸ່ມບໍລິສັດ ພອນສັກ ຈຳກັດ ມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນການປະກອບສ່ວນເຂົ້າໃນການຍົກລະດັບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ, ແລະ ຄວາມພະຍາຍາມຢ່າງຕໍ່ເນື່ອງ ເພື່ອຊ່ວຍຍົກລະດັບຊີວິດການເປັນຢູ່ຂອງພະນັກງານ ແລະ ຊຸມຊົນທ້ອງຖິ່ນ. ກຸ່ມບໍລິສັດ ພອນສັກ ຈຳກັດ ມີປະຫວັດອັນດີເດັ່ນໃນການປະກອບສ່ວນເຂົ້າໃນການພັດທະນາກິລາ ແລະ ການສຶກສາຂອງ ສປປ ລາວ, ນັບແຕ່ການສະໜັບສະໜູນໂຄງການກິລາ ແລະ ການແຂ່ງຂັນແຫ່ງຊາດ ຈົນເຖິງການບໍລິຈາກຄອມພິວເຕີ້ ເພື່ອສະໜັບສະໜູນຄວາມກ້າວໜ້າຂອງໂຮງຮຽນ ແລະ ການສຶກສາຂອງ ສປປ ລາວ.
ການສະໜັບສະໜູນໂຄງການກິລາແຫ່ງຊາດ
ບໍລິຈາກຄອມພິວເຕີໃຫ້ໂຮງຮຽນ
ການດຳລົງຊີວິດຂອງຊຸມຊົນ
ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ອຸທິດທຶນຮອນເຂົ້າໃນການພັດທະນາແຫຼ່ງຊັບພະຍາກອນ ເພື່ອປັບປຸງຊີວິດການເປັນຢູ່ຂອງຊຸມຊົນ ແລະ ໃນອ້ອມຮອບຂອງໂຄງການເປັນຕົ້ນຢູ່ ແຂວງສາລະວັນ, ກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ປະກອບສ່ວນກໍ່ສ້າງສະຖານທີ່ເຮັດກິດຈະກຳ ແລະ ຫໍພັກໃຫ້ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສາລະວັນໃຫ້ແກ່ນ້ອງນັກຮຽນທີ່ດຳລົງຊີວິດ ແລະ ຮຽນຢູ່ທີ່ນັ້ນ. ກ່ອນໜ້ານັ້ນນັກຮຽນແມ່ນຍັງບໍ່ມີພື້ນທີ່ຈະຈັດກິດຈະກຳຕ່າງໆ.
ສະໜັບສະໜູນທຶນການສຶກສາ
ກຸ່ມບໍລິສັດ ພອນສັກ ຈຳກັດ ຍັງໄດ້ໃຫ້ການຊ່ວຍເຫຼືອດ້ານທຶນການສຶກສາ ແກ່ນັກຮຽນພິການໃນ ແຂວງວຽງຈັນ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນໃນແຕ່ລະປີຈົນກວ່າຈະຮຽນຈົບຊັ້ນສູງ.